ຫຼັກສູດນີ້ໄດ້ນຳສະເຫນີແນວຄິດ ແລະ ຄວາມຮູ້ເບື້ອງຕົ້ນສຳລັບການນຳໃຊ້ຂໍ້ມູນມາວິເຄາະ ເພື່ອປະໂຫຍດທາງທຸລະກິດ ແລະ ພ້ອມທັງເປັນຕົວຊ່ວຍໃຫ້ສາມາດຕັດສິນໃຈຢ່າງມີເຫດຜົນ, ຖືກຕ້ອງ, ຊັດເຈນ ແລະ ເປັນຮູບປະທຳ.
ພັດທະນາທັກສະດ້ານການວິເຄາະຂໍ້ມູນ, ອະທິບາຍເຖິງທັກສະ ແລະ ເຄື່ອງມືຕ່າງໆທີ່ຈຳເປັນໃນການວິເຄາະຂໍ້ມູນໃນຂັ້ນເບື້ອງຕົ້ນ, ການເກັບກຳຂໍ້ມູນ, ການປັບແຕ່ງຂໍ້ມູນໃຫ້ມີຄວາມພ້ອມໃຊ້ງານ, ການແປງຂໍ້ມູນໃຫ້ເປັນພາບເພື່ອໃຊ້ໃນການນຳສະເຫນີໃຫ້ສາມາດເຂົ້າໃຈງ່າຍ ພ້ອມທັງກໍລະນີສຶກສາຕ່າງໆທີ່ສະແດງໃຫ້ເຫັນເຖິງຜົນດີໃນການນຳຂໍ້ມູນມາເປັນປະໂຫຍດໃຫ້ແກ່ທຸລະກິດ
Course Features
- Lectures 16
- Quizzes 1
- Duration 6 weeks
- Skill level All levels
- Language English
- Students 3
- Assessments Self
-
ບົດທີ່ 1 - ຄວາມຮູ້ພື້ນຖານສຳລັບການວິເຄາະຂໍ້ມູນ
ເຂົ້າໃຈຂະບວນການວິເຄາະຂໍ້ມູນ ແລະ ຄວາມສຳຄັນຂອງການວິເຄາະຂໍ້ມູນໃນຍຸກປະຈຸບັນທີ່ມີຄວາມຈຳເປັນຢ່າງຍີ່ງຕ້ອງອາໃສທັກສະດັ່ງກ່າວເພື່ອປັບຕົວໃຫ້ທັນກັບຍຸກດິຈິຕອນ
-
ບົດທີ່ 2 - ຄວາມສຳຄັນຂອງການວິເຄາະຂໍ້ມູນ
ອະທິບາຍເຖີງຄວາມສຳຄັນຂອງວິທີຄິດ, ແນວທາງໃນການນຳຫລັກຄິດມາໃຊ້ໃນການແກ້ບັນຫາຕ່າງໆ ແລະ ວາງແຜນການດຳເນີນງານ ແລະ ສະແດງໃຫ້ເຫັນວ່າ ເປັນຫຍັງການວິເຄາະຂໍ້ມູນຈິງມີຄວາມສຳຄັນໃນການດຳເນີນທຸລະກິດສຳລັບ SME ໃນປະຈຸບັນ
-
ບົດທີ່ 3 - ທັກສະ ແລະ ເຄື່ອງມືພື້ນຖານທີ່ຈຳເປັນສຳລັບທຸລະກິດຂະຫນາດນ້ອຍໃນການວິເຄາະຂໍ້ມູນ
ອະທິບາຍເຖີງທັກສະພື້ນຖານໃນການທີ່ຈະກ້າວເຂົ້າມາໃນສາຍການວິເຄາາະຂໍ້ມູນ ພ້ອມທັງແນະນຳເຄື່ອງມືພື້ນຖານທີ່ຈຳເປັນທີ່ຈະຊ່ວຍໃຫ້ເຈົ້າຂອງທຸລະກິດສາມາດວິເຄາະໄດ້ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ (No license & Subscription)
-
ບົດທີ່ 4 - ການເລີ່ມຕົ້ນເກັບກຳຂໍ້ມູນ ແລະ ວິເຄາະຂໍ້ມູນສຳລັບທຸລະກິດຂະຫນາດນ້ອຍ
ອະທິບາຍເຖີງການເກັບຂໍ້ມູນສຳລັບທຸລະກິດຂະຫນາດຫນ້ອຍ ທີ່ບໍ່ມີງົບໃນການພັດທະນາລະບົບຂໍ້ມູນຂ່າວສານ ຄວນຈະເລີ່ມເກັບຂໍ້ມູນ, ລວບລວມຂໍ້ມູນແນວໃດ ເພື່ອທີ່ຈະມີຂໍ້ມູນມານຳໃຊ້ໃນການຕັດສິນໃຈທາງທຸລະກິດ. ອະທິບາຍເຖີງການນຳຂໍ້ມູນພາຍໃນ ແລະ ພາຍນອກມາວິເຄາະເພື່ອໃຫ້ສາມາດເຫັນບັນຫາ, ຫາຄຳຕອບ ແລະ ເຂົ້າໃຈທຸລະກິດຕົນເອງຜ່ານຂໍ້ມູນດັ່ງກ່າວ. ເມື່ອມີຂໍ້ມູນແລ້ວ, ຈະນຳໃຊ້ຂໍ້ມູນທີ່ມີຢູ່ໃຫ້ເກີດປະໂຫຍດ ແລະ ຕໍ່ຍອດໃຫ້ທຸລະກິດປະສົບຜົນສຳເລັດໄດ້ແນວໃດ
- ແນວຄວາມຄິດໃນການລິເລີ່ມນຳໃຊ້ຂໍ້ມູນ ແລະ ເອົາຂໍ້ມູນມາວິເຄາະສຳລັບທຸລະກິດຂະຫນາດຫນ້ອຍ
- ຂໍ້ມູນຂອງທຸລະກິດເຮົາຈະໄດ້ມາຈາກໃສ
- ການບັນທຶກ ຫລື ຈັດເກັບຂໍ້ມູນຂອງເຮົາໄດ້ແນວໃດ
- ກະກຽມຂໍ້ມູນໃຫ້ພ້ອມ ກ່ອນທີ່ຈະນຳຂໍ້ມູນໄປວິເຄາະ
- ຂັ້ນຕອນການວິີເຄາະຂໍ້ມູນ
- ການສື່ສານ ແລະ ນຳສະເຫນີຂໍ້ມູນຜ່ານກຣາຟ ຫລື ແຜ່ນພາບເພື່ອໃຫ້ສື່ສານໄດ້ຕົງປະເດັນໂດຍ Data Virtualization
- Dashboard – ສ້າງຫນ້າຕ່າງໃນການເບິ່ງການເຄື່ອນໄຫວທຸລະກິດຜ່ານຂໍ້ມູນທີ່ສຳຄັນເພື່ອໃຫ້ເຫັນສະພາບການດຳເນີນທຸລະກິດຂອງຕົນເອງ ແລະ ສາມາດປັບໂຕໄດ້ທັນເວລາ
